Tag Archives: Auckland

New Zealand: The North Island

ຜ່ານໄປເກືອບປີໜຶ່ງບໍ່ໄດ້ update  ບຣອກເຮົາເລີຍ ຮູ້ສືກວ່າສ່ວນໃຫຍ່ຈະໃຊ້ເວລາໄປນຳ facebook ຫຼາຍກົ່ວ ພໍດີຍັງອີກອາທິດໜຶ່ງກ່ອນຈະກັບລາວເລີຍຖືໂອກາດນີ້ມາ update ຈັກກະທູ້ໜຶ່ງກັບ New Zealand ທີ່ຂັດສັນຮູບມາ ສະເພາະໃນເກາະເໝືອ ຫຼັງຈາກໃຊ້ເວລາຢູ່ນີ້ 10 ເດືອນຜ່ານມາ.

ປະເທດ New Zealand ຫຼື Aotearoa ໃນພາສາ Maori ເຊິ່ງເປັນພາສາທ້ອງຖິ່ນ ໝາຍເຖິງ “ດິນແດນແຫ່ງເມກຍາວສີຂາວ” ເປັນປະເທດທີ່ອ້ອມຮອບໄປດ້ວຍນຳ້ທະເລ ປະກອບໄປດ້ວຍ 2 ເກາະໃຫຍ່ ແລະ ລວມໄປເຖິງເກາະນ້ອຍໆອີກຈຳນວນນຶ່ງ ຕັ້ງຢູ່ທີ່ມະຫາສະມຸດປາຊີຟິກຕາເວັນອອກສຽງໄຕ້.

New Zealand ເປັນປະເທດທຳອິດທີ່ເປັນຕາເວັນຂື້ນ ແລະ ເປັນປະເທດໜຶ່ງ ທີ່ຮ່າງໄກຈາກປະເທດອື່ນຫຼາຍທີ່ສຸດ ແຕ່ກໍຂື້ນຊື່ກັບຄວາມອະລັງການ ທາງດ້ານທິວທັດທຳມະຊາດ ບວກກັບວັດທະນະທຳຂອງຊົນເຜົ່າ Maori ທີ່ມີເອກະລັກ ແລະ ມີນົກ Kiwi ເປັນສັນຍາລັກຂອງປະເທດອີກດ້ວຍ.

ເນື່ອງຈາກເປັນປະເທດທີ່ບໍ່ໃຫຍ່ຫຼາຍ ມີເນື້ອທີ່ທຽບເທົ່າກັບປະປະເທດຍີ່ປຸນ ແຕ່ມີປະຊາກອນພຽງແຕ່ 4 ລ້ານກວ່າຄົນເຊິ່ງເປັນໜຶ່ງໃນປະເທດທີ່ມີຄວາມ ໜາແໜ້ນຂອງປະຊາກອນໜ້ອຍທີ່ສຸດໃນໂລກ ສະນັ້ນຈຶ່ງເຮັດໃຫ້ເນື້ອທີ່ຂອງປະເທດ ສ່ວນໃຫຍ່ແມ່ນຍັງຄົງຄວາມເປັນທຳມະຊາດທີ່ສຸດ  ແລະ ໄດ້ເປັນປະເທດທີ່ຕິດໜຶ່ງໃນ Top List ຂອງບັນດາຊ່າງຖ່າຍພາບແນວ Landscape ຈາກທົ່ວໂລກເດີນທາງມາເກັບພາບແຫ່ງຄວາມຊົງຈຳ.

ເບິ່ງຮູບຕື່ມໄດ້ທີ່ http://www.flickr.com/photos/pongfotografie/sets/72157639779339394/

1 3 5 7 9 10 18